Saturday, October 2, 2010

Bouavanh Sidavong / Goodness

1 comment:

  1. ຄວາມດີກັບຄວາມຊົ່ວນີ້ນິຣັນ
    ຫຼາຍຄົນຝັນຢາກຈະສ້າງແຕ່ຄວາມດີ
    ທາງຊີວີດຂີດຄາດໜາຍໄວ້ໄກເຕັມທີ
    ຊົ່ວຊີວີພລິໃຫ້ແຕກັມນັ້ນ.

    ຫຼາຍຄົນກໍວ່າໂຕດີສ້າງຄວາມດີ
    ດ້ວຍທິດຖີດີງາມນາມນົກແອ່ນ
    ຫຼືສວມເສື້ອຂົນງາມນາມກາງແກ
    ໂອເພື່ອແຜ່ຍາມຢາກແກ້ໄຂຖານະ!

    ຢາກຮຽກຮ້ອງເອົາຫາງສຽງເຂົ້າແຂ່ງຂັນ
    ເປັນປະທານທັງຜູ່ແທນແໝ້ນສະພາ
    ບາດໜົດສີ້ນຄວາມຕ້ອງການຢ່າຫານເຂົ້າຫາ
    ເພາະອາດຍາບໍ່ໄຝ່ຫາສຽງນຳແລ້ວ,

    ສ້າງດີໄວ້ດ້ວຍໃຈຢ່າຄິດຮ່ຳ
    ໃຫ້ກ້ອນຄຳເກິດໄດ້ໃຈງອກງາມ
    ແຕ່ຢ່າຄິດວ່າຕ້ອງຕິດລວດລາຍຄາມ
    ຄວນຈະຖາມວ່າດີນັ້ນໃຫ້ແກ່ໃຜ.

    ຫາກເພື່ອຕົນຄົນເຂົາກະບໍ່ຫວັງ
    ຈະເກັບຝັງຄວາມດີນັ້ນໄວ້ຍຶນນານ
    ຫາກເພື່ອແຜ່ແກ່ຜູ່ອື່ນໜື່ນພັນ
    ໂດຍບໍ່ຝັນຫາສິ່ງໃດໃຫ້ຕອບແທນ.

    ແລ້ວຍາມນັ້ນ ທັງຄວາມດີຄວາມຊົ່ວ
    ທີ່ຕົນຕົວຫາບໍ່ເຫັນຫາບໍ່ພໍ້
    ຍາມເຮົາຈາກພາກໂລກກະຍັງຫຼໍ
    ໃຫ້ຄົນກໍ່ສ້າງທຳຕາມເລື້ອຍໄປ.

    ReplyDelete