Saturday, October 2, 2010

Xaysouvanh Phengphong / To Observe The Sky

1 comment:

  1. ຢາຫແນມຟ້າ......ດ້ວຍໃຈຊື່ນທຸກຍາມ
    ແມ່ນຟ້າງາມ.....ສີສັນເກີນໃຈລ້ຳ
    ແຕ່ໃນໃຈກຶນກ້ຳ...ຊົມເຊົາເຫງົາເມື່ອຈວບ
    ໂລກກໍໃສສ່ອງແທ້....ແຕ່ໃຈຫັ້ນຄັບຂັນ.

    ແມ່ນສີຟ້າໃນພາກພື້ນ..ປຸຕຸພູມ
    ໃສສະອາດຄອບຄຸມ.......ຄວນພາໃຫ້
    ໃຈຂອງເຮົາຊື່ນ.......ລືນໃຜໃນພິພົບ
    ແຕ່ພັດກັບພົບໄດ້....ພຽງສຽງຮ້ອງໂຫ່ຫອນ.

    ອັນຄຳສອນສອນບອກ.....ບອກໃຫ້ຮູ້ນົມນານ
    ບໍ່ບອກຂານຄຳໃດ......ທີ່ເປັນຈິງແທ້
    ເຫັນຄວາມຝັນບໍ່ທ່ຽງຫັ້ນ..ເກິນຈິງເກິນກວ່າ
    ປະເພນີຮີດເຄົ້າ......ປູຕາສ້າງສືບມາ.

    ຈຶ່ງເຫັນໃນຂອບຟ້າ....ສີໜົ່ນໆກວມກູມ
    ທົ່ວທັງຜຶນທານີ......ບ້ານປູ່ຈັນທີ່ສັນສ້າງ
    ສີສັນແທ້............ເຂົາທົບທາໃຫ້ແດງກ່ວມ
    ທຽບໃສ່ສີເລຶອດເຂັ້ມ...ດຶງນ້າວແກ່ນໃຈ.

    ອັນຊຸມຊົນສ່ຳນ້ອຍ...ກໍຝຶກແອບໃຫ້ຫັນຜິນ
    ໄປນຳລົມແນວຄິດ......ທີ່ສອດທາງໜາຍໄວ້
    ປ່ຽນຫັນຄວາມຈິງແທ້...ໃຫ້ເຫັນທາງແນວໃໜ່
    ທີປູດ້ວຍຄຳຫວານ...ຜານໃຈດ້ວຍຄຳໂກ້...ໃຜໂງ່ແລ້ວຫາກລ່ວງຕາມ...ທ່ານເອີຍ.

    ReplyDelete