Friday, October 1, 2010

Sengphouxay Inthavikham / Vientiane

1 comment:

  1. ກອນທີ່ຂຽນສອອນອື້ງ.....ຊົມວຽງຈັນທີ່ງາມຍິ່ງ...ວ່ານໍ
    ທັງວິ່ງວອນຫຼານເຫຼັນ....ໃຫ້ສ້າງແປງວຽງນັ້ນ
    ແຕ່ລູກຫຼານລາວນີ້.......ພະຍາຍາມມາແຕ່ເຊັ່ນ...ຍາເອີຍ
    ຫາກບໍ່ມີບ່ອນຈັ້ງ.......ອິງໄດ້ຢ່າງໃດ.

    ຜູ່ທີ່ມີອຳນາດນັ້ນ.....ບໍ່ວາງປອກໃຫ້ຫຼານເຮົາ
    ທີ່ສຶກສາມາພໍ...........ໃສ່ຫົວເຕັມຕື້
    ບາດມາເຖິງວຽງແລ້ວ.......ຫາການກະທັງຍາກ
    ເພາະບໍ່ມີທີ່ເທີ້ງ.......ຝາກັ້ງນັ່ງອິງ.

    ອັນໃດດີອັນໃດເລິດ.........ເຂົາເໜົາໃຫ້ຫຼານເຂົາ
    ມີຄວາມຣູ້ພໍກະຈາ.........ຫາກໄດ້ເປັນນາຍຊ້ຳ
    ສັງຄົມເປັນແນວນີ້........ເມືອງວຽງຈັນບໍ່ເຫັຫ່ອມ
    ຈະຈະເຣີນລື່ນບ້ານ........ໄທໄກໄດ້ຢ່າງໃດ.

    ຄວາມຫ່ວງໄຍຂອງເຈົ້າ ....ອ້າຍບ່າວເມືອງຄຳ
    ເປັນແກນໝາ..............ແອບມອງເຫັນໄດ້
    ແຕ່ໃນເມືອງລາວນີ້........ຫາກຍັງເປັນຄືເກົ່າ
    ພວກຜູ່ນຳທີ່ເກີ້........ຫວັງແຕ່ໄດ້ກອບໂກຍ.

    ບໍ່ມີວັນຈະເຫັນໄດ້.......ໄຊໂຍເກິນກວ່າ
    ຍາມເລຂາຈາກແຄ້ວນ.........ສາຍພູຂ້າມຢ່ຽມຢາມ.

    ປານໃດລາວຈະຫາຍງ້ວງ.......ຈາກເມົາປ່ວງອຸດົມການ
    ຫຼືຈົນລາວກາຍເປັນ........ເຂດຄາມຄົນຈ້າ
    ທາງເໝຶອພຸ້ນ............ເຂົາບໍ່ຂຽນອັກສອນແມ່ເຮົາລະເດ
    ຕາບອດໜົດແລ້ວເບາະ.......ອາດຍາເຈົ້າຜູ່ນັ່ງຄອງ...ເມືອງລາວນະ!

    ReplyDelete