Friday, October 1, 2010

C. Inthouphilath / Blue Sparrows

1 comment:

  1. ເພິ່ນວ່າຫາກໃຜສາມາດມ້າງ....ຮັງນົກຈອກບໍ່ຫັກໃບ
    ຫຍ້າທີ່ມັນເອົາມາ..........ສານແມ່ນຈະມີບຸນແທ້
    ມາຄິດເຫັນດຽວນີ້ ..........ໃນຄຳຄົມນັ້ນກ່າວ
    ມ້າງເພເຮືອນແລະຢ້າວ.........ເຂົານັ້ນເຮັດຫຍັງ?

    ແມ່ນຈະມີລາບໄດ້.............ໜານໂຊກເກິນຄົນ
    ເພາະປຽບເໜືອນຄົນຂຫຍັນ......ໜັ່ນພຽງອົດສາສູ້
    ແຕ່ຫົດຫູ່ໃຈແທ້.............ຍາມມ້າງເພເຮືອນໜູ່
    ເປັນອູ່ງາມຈວບຟ້າ............ແຂວນຫ້ອຍຄູ່ລົມ.

    ອົດສາພຽນຖນອມສ້າງ...........ເປັນເໜືອນຄອບຄົວເຮຶອນ....ຄົນເຮົາດາຍ
    ນົກນັ້ນ....ຂະຫຍັນໜັ່ນພຽນ...ກາກກັມສັນສ້າງ
    ເປັນເຮືອນຢ້າວ............ກັນລົມໝາວຝົນຢາດຜ່າ
    ຍາມຟ້າຄື້ມເມື່ອເຊົ້າ.....ຍັງໄດ້ອຸ່ນກາຍ.

    ທັງລູກເຕົ້າຜູ່ໃຫຍ່ກ້າ....ຈະມາເກີດດອມກັນ
    ກໍປອດໄພພານສັດ............ອື່ນໃດບິນບໍ່ໄດ້
    ທັງງູງ້ຽວ................ແມວໂພງລັກໄຂ່
    ແຕ່ໝີຄົນບໍ່ໄດ້.........ຜູ່ໃຈລື້ມບໍ່ອິດູ.

    ພາກັນທຳລາຍມ້າງ..........ຍິງກະຖຸນທະນູສຽບ
    ພັງເຮືອນຊານ..............ໂຫດເຫຼືອຫຼາຍແທ້
    ບໍ່ເຫັນຄວາມສະເມິດ້າມ......ສິດທິຂອງເຊື້ອພັນອື່ນ
    ອີກບໍ່ນານມັນຂາດສ້ຽງ......ຍາມນັ້ນຈຶ່ງຊິໂອ້ໂອ່ໂອລະນໍ!

    ReplyDelete