Friday, October 1, 2010

Namphay / When?

1 comment:

  1. ຄັ້ງທີສາມ...

    ບໍ່ມີສິ່ງໃດດອກ......ຈະຢູ່ຄ້ຳຟ້າ
    ບໍ່ມີວາສນາໃດ........ຈະສຸຂສົມດັ່ງ
    ຍາມມີເສຣີມີຮັກ.......ຄູ່ຄອງໄປ່ໜອງສີ
    ກັບນວນນາຣີນ້ອງ... .ນຶ່ງນາງດຽວ.

    ຫາກວັນນັ້ນຟ້າ........ຈະປ່ຽນສີ
    ສຽງປາກເວົ້າວະຈີ.......ປ່ຽນສຳນຽງ
    ດົງໝາປ່າຮົກ..........ກັບຄືນສູ່ຄູ່ກັບສຽງ
    ກາເວົານົກອ້ຽງ.........ທະນີຮ້ອງວັ່ງວອນ.

    ຍາມນັ້ນຟ້າຄົງຂື້ນ.....ສູງແລະປອດໂປ່ງ
    ຫາຍໃຈໂລ່ງປອດໄພ.........ໃນດິນດອນ
    ບ້ານແມ່ເຮົາບໍ່ຮ້ອນ.....ອາທອນຫຍັງດັ່ງ
    ນົກກາທີ່ບິນເວິ່ນວົກ....ວົນວຽນໄປມາ.

    ຍາມນັ້ນມະນຸດຜູ່ເກງຂາມ...ກໍສີ້ນແຮງ
    ທັງປາກເວົ້າທີ່ແຂງ.......ກະດ້າງ
    ກໍໜົດໄປຈາກຂອບຟ້າ......ໃໜ່ສີຕ່າງ
    ເຂົາກໍພາກັນຍ່າງກົ້ມ.....ໝ້າເໜືອນລະອາຍ.

    ແຕ່ທ້ອງຟ້າ.............ບ້ານແມ່ເຮົາຫາຍ
    ຄວາມຈັ່ງໄຮ.............ຄຸກເຂັນອີກແລ້ວ
    ຍາມນັ້ນດອກສະມັ່ງ.......ທັງຂະຍອມ
    ກໍຈະສົ່ງກິ່ນຫອມຕູ້ມ....ຕອມລູກຮັກທີ່ກຶນກ້ຳມານານ.

    ReplyDelete