Friday, October 1, 2010

Bounthanong Xomxayphonh / For Chaiyaphoum Girl

1 comment:

  1. ຟັງສຳນຽງສອງເຂືອເຈົ້າ.....ອອດອໍ່ຄຳຫວານ
    ທັງຄຳຂົມ.................ຂື່ນຄາວຫຼັງພຸ້ນ
    ເປັນຫຍັງແທ້...............ເດນໍຈື່ງທົນແສບ
    ແຜເກົ່າຫັ້ນ...............ຫາປົວໄດ້ບໍ່ມີ...

    ເປັນແຜຊ້ຳ................ແຈບຈອດຢູ່ໃນຊວງ
    ຊາວຄົນພອຍ.................ພັດພິງເມືອງບ້ານ
    ກະກວນໃຫ້..................ໄຫຼໄປານຫຍ້າແຝກ
    ແທກທັ່ງທື້ນ...............ນ້ຳຕາຍ້ອຍຍ່າວໄຫຼ.

    ຊາວພີ່ນ້ອງຝັ່ງນັ້ນ........ບໍ່ເຄີຍແສບໃຈເຈັບ
    ເທົ່າເຜົ່າລາວແສນເຂັນ.......ຈາກສານບໍ່ສຸນສ້ຽງ
    ສຽງລາວນ້ອຍ................ພອຍບໍ່ມີໃຜເຊື່ອ
    ຄ້ອງໜາກເຂຶອໃຫຍ່ກວ່າໜາກແຄ້ງ...ທັບຫົວຂ້ອຍບໍ່ເຊົາ.

    ຫາກແມ່ນຄຳຈາເວົ້າ...........ບໍ່ແຝງແອບດັກເກິນ
    ຄຳຄົມຂຳ...................ບໍ່ປົນຫຍັງແລ້ວ
    ມາຕິນ້ອງສາວ.................ງາມມາຢາມພີ່
    ຈະພານ້ອງຂີ່ຊ້າງ.............ໂຕດຽວຫັ້ນທີ່ເຫຼືອ.

    ຈະພານາງທ່ຽວກ້ຳ.............ເຊໂປນຟາກໄມ້ໄຜ່
    ຫາເບິ່ງດາວດວງໄສ..............ທົ່ງໄຫຫິນກ້ຳ
    ຊູໆນ້ອງ.....ໃຫ້ເຫັນຮອຍພຣະບາດ...ຕາດນ້ຳໄສສູ່ກ້ຳ
    ແດນລາວຂ້ອຍ.................ໃຫ້ຊ່ວງໃຈ..ເຈົ້າເອີຍ.

    ReplyDelete