Saturday, October 9, 2010

Sengphouxay Inthavikham / Drunk Writer

1 comment:

  1. ເປັນນັກຂຽນໃຊ້ແຮງເຫຼົ້າ..ເອົາຄວາມເມົາພາແກ່
    ຮອຍປາກກາສູ່ເສັ້ນ........ປະສານເຊີ້ງສຶບກອນ.

    ສອນໃຜໃຜຊິເຕື້ອງ.........ຟັງເທດກາງວົງ
    ຣິດເຫຼົ້າຄຸງຄາຫອງ.......ປາກດັງປານກອງຕື້
    ບາດວ່າຍາມໜົດເຫຼົ້າ....ຄຳຈາຂາດຕ່ອນ
    ຈັບຫົວຊົນສົ້ນທ້າຍ.......ຟັງໄດ້ບໍ່ມ່ວນຫູ.

    ແຕ່ຫຼາຍຄົນຂຽນຂໍ້.......ກ້ອງຣິດຢາພິດແລະສຸຣາ
    ກໍມາກມີສີສັນ...........ມ່ວນເກິນຄຳຄົນເກີ້
    ຣິດມຶນເມົາພາໃຫ້........ຂຽນຄຳໄຫຼປານໃຊ້ຖ່ານ
    ມັນຫຼັ່ງໄຫຼອອກຫ້ອງ......ຫົວຄິດນັ້ນຄ່ອງຄື.

    ນັກຂຽນດັງຫຼາຍທ່ານ......ເອົາອັບຊິນເປັນໜູ່
    ຂຽນອວດອ້າງ.............ເປັນສິລສ້ອຍສູ່ກັນ.

    ບໍ່ແມ່ນນິຍົມນຳເຈົ້າ....ຍາມເມົາຈຶ່ງຂຽນຂີດ ແຕ່ຢ່າງໃດ
    ມັກວາດຂຽນທີ່ສົ່ງຊີ້....ສິລປເຕື້ອງຮ່ອງອັກສອນ...ທໍ່ນັ້ນແລ!!

    ReplyDelete