Friday, October 1, 2010

SaixeLamphaou / Masking

1 comment:

  1. ເວລານາທີແລະຄວາມສວຍງາມຂອງໂລກ
    ບໍ່ຢູ່ຢັ້ງນິຣັນສັນໃດ
    ຊີວີດກໍຄ້າຍກັນຜັນໄປ
    ອີກນາທີທີ່ຜ່ານກໍບໍ່ຄືນກັບຫັນສັນນັ້ນ.

    ແມ່ນນະທີຈະປ່ຽນຮູບກັບເປັນອາຍໄປ
    ແຕ່ເປັນອາຍນ້ຳອື່ນບໍ່ຄືກັນ
    ຍາມກັບມາເປັນເມັດຝົນຫຼົ່ນລົງຫັ້ນ
    ຜັນເປັນນ້ຳນ້ຳທີ່ໃສແຕ່ໄກນ້ຳເດີມ.

    ການໜຸນວຽນປ່ຽນຜັນຂອງໂລກ
    ເຫັນແລ້ວໂສກກະສັນໝ້າບັ່ນທອນ
    ຊາຍໂສພາຍິ່ງງາມຜ່ອງຄ່ອງຄຽງກັນ
    ແຕ່ສວັນນັ້ນແສນສັ້ນວັນແລະວັນ.

    ອະນິຈັງຫາຫັຍງທ່ຽງແທ້ບໍ່ເຫັນ
    ຫາກເຮົາເປັນເຊັ່ນນົກກາທີ່ບິນວ່ອນ
    ເພື່ອວັນນີ້ແລະວັນໝ້າບໍ່ອາທອນ
    ກັບຄືນຄອນກ່ອນສຸຣີແປງສີເອີຍ.

    ReplyDelete