Friday, October 1, 2010

Saifonh / Mother

1 comment:

  1. ຄຳພັວເພິຍກ່າວເວົ້າ.......ຄຸນແມ່ສູງສັກ
    ຫາກລູກຄົນໃດບໍ່ຈຽມ........ຈະວອດວາຍລົງໜໍ້
    ອະເວຈີກ້ຳ...............ແດນຜີຫິນະຊາດ
    ບໍ່ອາຈມາເກີດຮ່ວມ.........ນຳໄດ້ເຂດຄົນ.

    ອ້າຍສາຍຝົນຂຽນຂໍ້........ຊູບຸນຄຸນຂອງແມ່
    ໃຫ້ຫ່ອນເຫັນຈື່ໄວ້........ບູຊາທ່ານດັ່ງພະອິນ.

    ຄຸນແມ່ເລີດກວ່າຟ້າ.......ຫາໃຜປຽບປຸນເໜືອນ
    ແມ່ເປັນເຮືອນກາຍໃຈ.......ແກ່ບຸດຕານ້ອຍ
    ຍາມທະນົງກ້າ............ໃຫຍ່ຂື້ນມາແມ່ຍັງສັ່ງ
    ຢ່າໄດ້ລືມນັ້ນນີ້........ຣະວັງແທ້ລູກເອິຍ..

    ຄຳແມ່ສັ່ງແມ່ເວົ້າ.....ເຕືອນລູກເພາະແຮງຮັກ
    ອ້າຍກ່າວເຖິງຄວາມຮັກ....ແມ່ທຸກຄົນມີໃຫ້
    ບຸດຕາແກ້ວ..............ເໜືອນແກ້ວຕາອີ່ແມ່
    ປານເພດແຫວນຄ່າລ້ານ.......ຈອມຫຼ້າແມ່ຮັກເຮົາ..

    ReplyDelete