Friday, October 8, 2010

Xaysouvanh Phengphong / Return With Winter Wind

1 comment:

  1. ສາວກັບຄືນຢາມບ້ານ........ນານປີທີ່ໝີຈາກ
    ພາກກັນຍາມເຮັ່ງຮ້ອນ......ໄພຮ້າຍຜ່ານກາຍ.

    ກັບຖືກຍາມມ່ວນແມ້ງ.......ບຸນຮ່ວມແຮງກັນ
    ສ້າງສຳພັນຄືນກັບ........ແຈກບຸນຫາເຈົ້າ
    ອົງບິດາມານດາເຖົ້າ.......ທີ່ເຫິນໄປນຳນ້ຳປ່າ
    ວາສນາພວກເພິ່ນສ້ວຍ.......ບໍ່ເຫັນໄດ້ຟ້າງາມ.

    ແສງທອງທີ່ໄສແຈ້ງ.......ແຝງສີຂີ້ໜາກເດື່ອ
    ເຝືອລຸມກັນໃຫ້ເໜຶອນ...ດັ່ງທານຕາເວັນຍາມຮ້ອນ
    ແນມນຳກົ້ນ...........ສຸຣິຍາແຕ່ເຊົ້າຄ່ຳ
    ລືມຮີດຄອງເກົ່າກີ້.....ປູຕາຕູ້ມຕ່ອມມາ.

    ພາກັນໄລລືມຖີ້ມ........ສິລທັມອັນປະເສີດ
    ເກີດເປັນຄົນໂຫດຮ້າຍ.....ຕັດຕ້ອນແມ້ກະສຽນ
    ອົງພຣະເຈດີກໍ້..........ຍໍມາຈາກບ້ານອື່ນ
    ຫືນໃຈຍາມກ່າວເວົ້າ......ຂອງເຮົາແທ້ຢູ່ໃສ?

    ເຫັນໃນເມືອງໃນບ້ານ......ພຣະຈອມໄປ່ກະສຽນຄອງ
    ພາໃຈໜອງສຸດແສນ........ຊາດຄົນຊ່າງເປັນໄດ້
    ວັທນະທັມເສົ້າ.........ໃຈຄົນແສນຊົ່ວ
    ມົວເໝົ່າສົມເສບໃຊ້.....ປັນຍາກ້ອມກອບກິນ...ຊາດໂຕແລ.

    ReplyDelete