Friday, October 15, 2010

Champadeang / Love Eraser

1 comment:

  1. ແມ່ນແສນເຈັບແສນແສບຢ່າຟ້າວລືມ
    ຄວາມຊາບຊືມປ່ອຍໄວ້ເປັນພະຍານ
    ຂອງຄວາມຮັກທີ່ໄດ້ພົບພານ
    ຫາກວ່າວັນຟ້າອຳນວຍຊ່ວຍຄືນມາ.

    ແລ້ວວັນນັ້ນຄວາມສຸຂສັນອາຈມີໄດ້
    ແມ່ນຫົວໃຈຈະແຂງດຸດເຫຼັກຫຼາ
    ກໍອາຈອ່ອນຍ້ອນຮັກທີ່ຍັງຄາ
    ຫາກລືບລາຈາກໃຈໃຜຈະກໍ່?

    ກໍ່ສ້າງຮັກຄືນມາມັນຄົງຍາກ
    ເຫັນແຕ່ປໍຣະປັກຂວາງກັ້ນແຫຼະເອິຍ.

    ແໝງສູ້ໃຫ້ມັນຍັງຢູ່ຫາກຜູ່ໃໜ່ມາກາຍ
    ພໍບອກເຕືອນຢ່າຖລຳເກີນຂອບໄດ້
    ມັນອາຈເປັນຄູສອນບ່ອນມາດໜາຍ
    ໃຫ້ຮັກຍິ່ງໃຫຍ່ ກວ່າຮັກໃນອະດີຕກາລ.

    ReplyDelete