Saturday, October 16, 2010

Bouavanh Sidavong / Perpetual Lao

1 comment:

  1. ມີບາງຄັ້ງຄວາມເປັນລາວແສນແສບ......ທ່ານເອີຍ
    ຍາມຕ້ອງຟັງຄຳເຂົາເອີ່ຍຈາ........ຈາກແດນດິນພື້ນ
    ເປັນລາວພຽງເຊື້ອຊາດ..............ປັນຍາຕົນໃຫ້ເຂົາສັ່ງ
    ຕັດສິນໃຈຢາກສ້າງ................ປຶກສາແທ້ກ່ອນຈະລົງ...ມືນະ.

    ຄວາມເປັນລາວຂອງ ຜູ່ຂ້າ..........ມີມາບໍ່ຄາຍເຊື່ອມ
    ແຕ່ເລື່ອມລ້ຳບໍ່ໄດ້............ນາຍຜູ່ຢູ່ຫົວ.

    ປ່າໄມ້ລາວພ່າງຮ້ອນ..............ນາຍທົ່ງນາຍເມືອງ
    ພາກັນຕັດຕາມໃຈ..................ປ່າໄພສງວນກໍ້
    ບໍ່ຈົ່ງຫຍັງຈັກໝ້ອຍ...........ຊອຍວອຍປ່າເກົ່າ
    ເຂົາລ້າງຜານເຂດບ້ານ..............ລາວນີຢູ່ສູ່ວັນ.

    ຄວາມເປັນລາວເປັນໄດ້..............ໃຈກໍແຂງຢາກຕິກ່າວ
    ເຈົ້ານາຍຮ້ອງຟັ່ງຟ້າວ............ທວງຫ້າມຢ່າຊິຈາ...ເຈົ້າເອີຍ.

    ເກີດຊາດໝ້າຖ້າໄດ້.............ເປັນໄຜ່ດົກໝາ
    ໃຫ້ໄຜ່ໝາມປອງປົກ..............ເຂດລາວຄືເຈົ້າຟ້າ
    ທີ່ທ້ອນໂຮມລາວໃຫ້..............ເປັນອານາພື້ນແຜ່ນ
    ດິນແດນດຽວທົ່ວດ້າວ.............ເໝຶອໃຕ້ໄພ່ດຽວ.

    ເກີດຊາດນີ້ຊາດໝ້າ............ເປັນອາດຍາໃຫ້ເຕັມຄ່າ
    ຄວາມເປັນລາວແທ້ໆ..............ໃຫ້ສົມຊັ້ນຊື່ລາວ ທຸກຄົນເດິ!!

    ReplyDelete