Friday, October 1, 2010

Soukee Norasilp / Open-Door Policy

1 comment:

  1. ປະຕູທີ່ເປີດກວ້າງ........ໃຫ້ລົມລ່ວງວອຍດີ
    ປ່າຄຳພີແຄນຄາຍ..........ບໍ່ຄຳເຊໂປນຫັ້ນ
    ບໍ່ເຫຼຶອຫຍັງແລ້ວ........ຈຶ່ງປ່ອຍແປວໃຫ້ເຫັນຮ່ອມ
    ຫຼີ້ນລະຄອນສາກກ້ອມ.......ນຳກັນບໍໜູ່ລາວ.

    ຍາມປະຕູປິດຫັ້ນ..........ສາວລາວປັ່ນສຽງໄໜ
    ແຕ່ໄລປະຕູຄັດ............ບໍ່ເຫັນຫຍັງໄດ້
    ສຸດທີ່ຈະເດົາຮູ້.........ເຂົາຈ້ຳປູຫຼືຈັບປ່ານ
    ອີ່ນົງຄານມັກເພີ້........ເງິນໃຊ້ຊາຕກຸນ.

    ຂາຍກັນໄປເກືອບໜົດແລ້ວ...ຈຶ່ງປ່ອຍແປວໃຫ້ນ້ຳຫຼັ່ງ
    ປ່າເຂົາຂຽວທີ່ຍັງ.........ທໍ່ພຽງຝາມືຂ້ອຍ
    ທັງຊັບສິນເຊື້ອ...........ໃນດິນບໍ່ເຫຼຶອທໍ່
    ອອງຝາມືອີ່ແມ່ນ້ອງ........ພິດສານເຊື້ອເຊື່ອມໃສ່ດິນ.

    ອາດຍາໃຫຍ່ຄິດໄດ້..........ປະຕູເປີດໃຫ້ລາວເຫັນ
    ທັງນອກໃນແດນດິນ...........ແຫ່ງໃດໃຫ້ມາຍ້ອງ
    ວ່າຄົນລາວດຽວນີ້..........ຜູ່ນຳພາສະຫຼາດກວ່າ..ເກົ່າລະເດ
    ໃຫ້ທັ່ງເທຫຼັ່ງເຂົ້າ ..ມາຍ້ອງສົ່ງເສີມ...ກັນເດິ

    ເມື່ອກັບມາເຫັນໄດ້.......ອະນິຈາຢາກປົງຮ່ວມ
    ຂົງເຂດໃດແນມເຫັນ.........ຊົ່ວສາຍຕາຕ້ອງ
    ພູຫົວໂຫຼ້ນ..............ດິນໂພນເປັນຂີ້ໄຫງ່
    ບໍ່ເງິນຄຳຖຶກກົ່ນປີ້....ວັງນ້ຳຖຶກພິດພັຍ.

    ປູປາຕາຍຫງາຍທ້ອງ.........ງົວຄວາຍແຈບມໍຣະນາ
    ນ້ຳຫຍ້າແກມກາງໝອງ......ເຫຼົ່າກາຍເປັນໄພຮ້າຍ
    ຄົນທັງຄ້າຍ..............ເຈັບຕາຍໃຜບໍ່ອ່າວ
    ເພາະອາດຍາເພິ່ນຫັ້ນ.......ເຈັບເປັນແລ້ວຂ້າມຝັ່ງຂອງ.

    ພວກຜູ່ທຸກຍາກໄຮ້..........ເຂິນຂາດບໍ່ມີຫຍັງ
    ພາກັນເຈັບລົ້ມຕາຍ.........ບໍ່ຄາຍເຄຶອງແຄ້ນ
    ໃຜບໍ່ແຫນເຫັນໄດ້..........ວ່າອັນໃດຄວນສ້າງກໍ່
    ຍໍຍົກກັນຢູ່ບໍ່ແລ້ວ.......ເມືອງແຫ້ວພຸ້ນຊ່າລື.

    ອັນໝີ້ສິນສົງຄາມຫັ້ນ....ໃຊ້ກັນມາບໍ່ກ້ຳເກຶ່ອງ
    ເມືອງທັງເມືອງແທບສູນ......ເພາະໝີ້ສິນສູງຂື້ນ
    ໝີ້ເລຶອດລາວແຜ່ນດິນແຫ້ງ...ບໍ່ເໜິດເປັນຈັກເທື່ອ
    ເຊຶ່ອບໍພວກພີ່ນ້ອງ........ວ່າເປັນພ້ອງເພື້ອນຮັກກັນ?

    ຟັງມາໄດ້ຂີດຂັ້ນ.........ທົສຫວັດກໍກາຍສາມໄປແລ້ວ
    ແນວໃດຈົບແນວໃດງາມ........ຄົ່ວຫາບໍ່ເຫັນໄດ້
    ສັງຄົມມົ້ວ..............ນຳເງິນຍົດໃຫຍ່
    ທັງເສບກາມສູ່ຂັ້ນ........ແຕ່ເທິງທື້ນສູ່ດິນ..

    ReplyDelete