Friday, October 1, 2010

Manirath / After The Rain

1 comment:

  1. ຝົນຕົກຮຳຜ່ານພົ້ນ..........ນານເຫິງ
    ຫຍ້າກໍຂຽວໝ້າເພິ່ງ.........ພູມຂື້ນ
    ສູ່ແສງສີທີ່ເວີ້ງ............ກັບຕ່າວ
    ໄລ່ຄວາມໝາວຈາກພື້ນ..........ແດນນີ້ຢ່າງທະນົງ.

    ແຕ່ແດນດິນຖິ່ນນີ້...........ບໍງອກ
    ງາມສງ່າໃຫ້ດອກ...............ອອກສີ
    ກັບຫ່ຽວແຫ້ງລອກປອກ..........ປານແປວ
    ນ້ຳທື້ນເປັນແຖວປີ້.........ປົ່ນທຸກຫົນໄປ.

    ຝົນທີ່ສາດເຊາະທື້ນ..........ຊາຍຝັ່ງ
    ມັນເກາະຫ້ອຍຖາກຖັ່ງ.........ໂຫດຮ້າຍ
    ບໍ່ຮ່ຳຮອນຮ້ອນຫຍັງ.........ນຳໃຜ
    ກອບໂກຍໄປຢ່າງໝ້າດ້ານ.......ແລະທະມຶນ.

    ໃຜກໍຫວັງວ່າຫຼັງຝົນ........ຟ້າໃໜ່
    ຄົງສົດໄສສີຄາມ.............ທົ່ວດ້າວ
    ອັນດວງດາວກາຍກ້ຳ..........ດຳແດງ
    ທັງອອກແຮງຢຽບຢ້ຳ..........ນ້ຳໃຈລາວ.

    ReplyDelete