Tuesday, October 12, 2010

Bouavanh Sidavong / My Dearest Champa Land

1 comment:

  1. ຢາກຝາກໃຫ້ຈຳປາດອກ......ດອງຫຼືແຫ້ງ
    ແພງໄວ້ດົມຍາມເຫງົາເສົ້າກະມົນ
    ແຕ່ເຫັນເຈົ້າຍິ່ງໂສກເສົ້າໜອງໜົ່ນ
    ຂ້ອຍຂໍປັນຈຳປາປົ່ນມາໄດ້ຫຼື?

    ເກັບກອບໄວ້ໃນໃຈຄີດໝ່ຳໆ
    ເປັນສິ່ງຄ້ຳເຈື້ອຈູນໝຸນຊູ
    ເປັນສິ່ງນຶ່ງທີ່ມີຄ່ານ້ຳຕາຂຸ
    ຄ່ອຍຄຳດູດົມກິ່ນດອກກໍຊ່ອຍແຮງ.

    ໃຫ້ດີ້ນຮົນຂົນຂວຍັຊ່ວຍໃຈສູ້
    ຢັ້ງຊີບຢູ່ຢ່າງທະນົງຢ່າງເຂັ້ມແຂງ
    ຈຳປານ້ອຍປ່ອຍກາບກິ່ນດັ່ງຢາມີແຮງ
    ທັງຂາແຄ່ງມີແຮງສູ້ຢູ່ເລື້ອຍໄປ.

    ມອບດອກໄມ້ໃນໂຖແກ້ວໃນໃບຮູບ
    ແມ່ນວ່າຈູບບໍ່ຫອມຫວນກໍຢ່າໄດ້
    ຄີດນ້ອຍໃຈກັບໄປຢາມທາມນ້ຳເກົ່າ
    ແລ້ວໃຈເຈົ້າຄົງຫາຍເຫງົາເສົ້າແທ້ເອີຍ.

    khatao.

    ReplyDelete