Friday, October 1, 2010

Bounmy Kanya / Bamboo Winding

1 comment:

  1. ໃນອານາຈັກທີ່ໄຮ້..........ຄົນຜິດ
    ມີຄົນພານເຕັມເມືອງ........ບໍ່ຮູ້
    ເອົາໂທດໃຜຈັບໄດ້..........ເປັນໜູ່
    ຊູ້ຜູ່ນັ້ນຫຼານຜູ່ນີ້.....ຈັບແລ້ວປ່ອຍໄປ.

    ຜູ່ທີ່ທຸກຍາກຮ້ອນ........ກໍຄື
    ປະຊາກອນຫົວງອນ...........ບອກໄດ້
    ຫາກເຮັດຫຍັງພາດພັ້ງ......ຜິດໄປ
    ຫາເຣື້ອງໃສ່ບໍ່ເວັ້ນ.....ຕາແທ້ໜູ່ປະຊາ ທ່ານເອີຍ.

    ອັນຜູ່ໃຫຍ່ກາກໝ້າ.....ສັງກະສີ
    ໝ້າຕາດີຍິ້ມຫວານ......ແສບສົມຄຳຕ້ານ
    ເປັນດັ່ງກາງແກຜູ້.......ຖືສິນແຕ່ໃນປາກ
    ຄາບກາງແກໃສ່ໄວ້........ລວງຕົ້ມຫຼອກປະຊາ.

    ປ່າຈຶ່ງເຫຼືອແຕ່ກົ້ນ.....ຕົນຕໍກັບຮາກ
    ງ່າກະຫັກແດກຖີ້ມ.........ລົງນ້ຳໄລ່ປາ
    ຫຼືພາກັນຂົນຂ້າມ.........ສາຍພູດົງປ່າ
    ໃຜກ້າວ່າກ້າເວົ້າ........ເຂົາພາເຈົ້າລ່ອງຂອງ..ແທ້ເດິ.

    ReplyDelete