Thursday, October 14, 2010

Bounmy Kanya / Trust

1 comment:

  1. ອົງພຣະພຸທເຄີຍກ່າວອ້າງ.....ນານມາ
    ບໍ່ໃຫ້ເຊື່ອຄຳຄົນ.........ຜູ່ຊື່ສຽງສອອນເອື້ອ
    ໃຫ້ເຊື່ອຕົນຫັ້ນແຫຼ້ວ......ເປັນທາງເຫັນຫ່ອມ
    ເພາະຕົນເປັນດັ່ງຕົ້ນ........ຄັນກັ້ງຫົ່ມຕົນ.

    ແມ່ນພຣະອົງວ່າໄວ້.........ຕ້ອງຄິດຮ່ຳເອົາເອັງ
    ວ່າເຫດຜົນພຽງພໍ...........ຈຶ່ງເຊື່ອຕາມນຳກົ້ນ
    ບໍ່ແມ່ນແນວຊິຕາມສົ້ນ.....ຄົນເຂົາເວົ້າມ່ວນ
    ເຫດຜົນມີຄົບຖ້ວນ.........ຄວາມຈິງຫັ້ນພັດຂາກເຂິນ.

    ໃນຄຳເວົ້ານັ້ນ...........ອາຈປັ້ນນ້ຳໃຫ້ເປັນກົກ
    ປາໃຫ້ເປັນໂຕນົກ...........ໂບກບິນເຫິນຟ້າ
    ສອງບວກສາມເປັນເກົ້າ.......ແນວເຂົາຮູ້ກ່າວ
    ຈຶ່ງວ່າ ຄວນຮ່ຳຕອງຖີ່ຖ້ວນສົມຄວນແລ້ວຈິງແຈບໃຈ...ທ່ານເອີຍ.

    ReplyDelete