Friday, October 1, 2010

Bounthanong Xomxayphonh / Along The Road

1 comment:

  1. ໃນຄຳກອນທ່ານຂຽນຂີດຂັ້ນຄວາມໜາຍ
    ຍັງມີຫຍັງເຊື່ອງໄວ້ໃຫ້ຄຸ່ນຄີດ
    ຢາກຈະຮູ້ຜູ່ນ້ອຍບໍ່ຊນິດ
    ກັບແນວຄີດປັນຍາທີ່ຕາອ່ານ.

    ເຄີຍເຫັນກາພກອນເກົ່າໃນວາຣະສານ
    ເປັນຂີດຂັ້ນຂຽນບອກໆໃຫ້ຮູ້
    ແນວທາງໃໜ່ວ່າສົດໄສສີຊົມພູ
    ຮອຍປາກກາແມ່ນປູ້ກໍແຫຼມຄົມ.

    ຈຶ່ງມາຊົມບົ່ມຄີດຫາຄວາມໜາຍ
    ຊົ່ວເຊັ່ນຄົນນຶ່ງໄດ້ມາກສາກຕອນ
    ຫາກຕ້ອງເຂົ້າທຸກແວດວົງວີ່ວັ່ງວອນ
    ຂອງບົດຕອນໃນຊີວີດຜິດຜ່ານມາ.

    ສາຍທາງນັ້ນມັນນຳໄປໃສໄປຮອດໃສ?
    ເປັນທາງໃກ້ສູນສີ້ນດິນສ້າງກໍ່
    ອຸດົມການຜ່ານມາກໍມາສັບສໍ່
    ໂອລະນໍຂໍໂທດເດິ.......ພາດພັ້ງໄປ.

    ສຽງລົມເໝືອລົມເປົ່າເຍົ້າໃຫ້ໝາວ
    ລົມມັນເປົ່າເປົ່າຂ້າງທາງທີ່ໄຫງ່ພູ້ງ
    ເປັນລົມປ່າລົມຜີຫ່າຜີຫູງ
    ຂອງຄົນກູງທີ່ມຸ່ງຫວັງທາງແກ່ຕົນ..

    ReplyDelete