Tuesday, October 5, 2010

Bounthanong Xomxayphonh / Lonely On The Sea

1 comment:

  1. ມີຄົນເຂົາທ່ອງໂລກກາງທະເລດຽວດາຍ
    ລ່ອງລອຍໄປກັບຄື້ນຟອງຕ້ອງສູ້ທົນ
    ຄວາມເປົ່າປ່ຽວຫຼຽວຫາໃຜແມ້ຄົນ
    ກໍບໍ່ພົ້ນພົບຜານໄດ້ເລີຍ.

    ໄປຕາມຄື້ນແລະຟອງໜອງຫຼືເສົ້າ
    ເອົາຄຳເວົ້າກັບໂຕເອັງເປັນເພັງຣັກ
    ເອົາສາຍລົມແສງແດດເປັນຊູ້ໃຈ
    ເອົາພະຍຸຮ້າຍເປັນສັດຕຣູສູ້ໂຕເອັງ.

    ເອົາດວງດາວເປັນນາຍທາງຊີ້ບອກ
    ເໝຶອໃຕ້ຊອກຫາເຂດຂັ້ນຂົງເດິນ
    ເອົາດາວເໝຶອເປັນຈຸດເດັ່ນຍາມສຸກເສິນ
    ຄ່ອຍໆເຫິນດຽວດາຍໃຈເສຣີ.

    ຫາກພາດພັ້ງຈົມແຈບບໍ່ມີໃຜ
    ມາໄຕ້ທຽນຍື່ນດອກໄມ້ໃຫ້ກອງພອນ
    ວິນຍານພອຍລອຍລະລ່ອງກ້ອງນ້ຳ
    ປູປາມາຖາມຢ້ຽມຢາມກັນ.

    ໃນທະເລຄື້ນອາຈເສໄປທຸກທີບ
    ຂ້າມທະວີບເກິນໄກໃຜສັລເສີນ
    ໄປເພື່ອຕົນສູ້ກັບຕົນຈົນໃຫ້ເຖິງ
    ທາງທີ່ເວີ້ງທະເລທີ່ກວ້າງອ້າງວາງໃຈ..

    ReplyDelete