Sunday, October 3, 2010

Bounthong Inthachack / Generations

1 comment:

  1. ເປັນກົດເກັນແຫ່ງໂລກ......ຕັ້ງແຕ່ປາງປະຖົມ
    ເກີດຂື້ນມາວັນວານໃຫຍ່ຄະນອງວັນໝ້າ
    ຜ້າແພຜຶນຂາວເຫຼື້ອມຫຼາຍວັນກໍຫາກເກົ່າ
    ແຕ່ນິສັຍຜູ່ເຖົ້າສໄໜນີ້ຕ່າງຫຼັງ...ທ່ານເອີຍ.

    ຢາຫໃຫ້ພວກໝຸ່ມນ້ອຍຂຫຍັນຫອບຫາວິຊາ
    ເປັນຄົນດີເພື່ອສ້າງແປງເມືອງບ້ານ
    ແຕ່ໂຕເອັງແລ້ວກາຍເປັນນາຍທັງພະເອກ
    ຫາທ່ຽວຊ້ອນສາວນ້ອຍຢ່າງບໍ່ອາຍ.

    ເປັນແບບຢ່າງທີ່ເຫັນແຈ້ງແຈໃດເພິ່ນບໍ່ຮ່ຳ
    ບໍ່ອາຍໃຈໂຕເອັງທີ່ອອກເສັງກັບຊາຍນ້ອຍ
    ເອົາເງີນເຂົ້າສຸມເທເທັ້ງໃສ່
    ທັງອຳນາດບາດໃຫຍ່ເບັ່ງໃສ່ກັນອວດອ້າງປານລິງຜູ້ແຄ່ງຂັນ.

    ຫາກຜູ່ໃຫຍ່ນັ້ນໆເປັນແບບຢ່າງທັງສອນສິລ
    ໃຫ້ລູກຫຼານເຫຼັນຣັກຢາກຍ່າງຕາມນຳກົ້ນ
    ຍໍມືຍ້ອມພຽງຫົວເກົ້າເກດ
    ຜູ່ໃຫຍ່ຄວນເປັນຜູ່ໃຫຍ່ແທ້ໆຍາມນັ້ນຈັ່ງຄ່ອງຄື ທ່ານເອີຍ.

    ReplyDelete