Friday, October 1, 2010

Champadeang / Enough

1 comment:

  1. ຢາກໃຫ້ຫຼາຍຄົນຮູ້....ວ່າພໍແລ້ວໂຄສະນາ
    ຄຳປາໄສຍາວໆ.........ຢຽດດາວສະຫາວເວົ້າ
    ເໜືອນສັນສ້າງ.......ແປງທາງດ້ວຍປາກເປົ່າ
    ເຊົາໆຢ່າສູ້ເວົ້າ.....ອາຍບ້ານເພິ່ນແນ່ແມ!

    ມີແຕ່ຄຳສະຫາວອ້າງ......ວ່າໂຕເກັ່ງເກິນມະນຸດ
    ສຸດທີ່ລືຊາກະເດຶອງ.....ທົ່ວເມືອງຂົງບ້ານ
    ບັດວ່າຄວນລົງມືສ້າງ....ບໍ່ເປັນຫຍັງຈັກຢ່າງ
    ອ້າງວ່ານັ້ນວ່ານີ້.....ທືນຮອນກໍ້ຂາດເຂິນ..ວ່າເດ!

    ຫາກໃຈຫວັງຕໍ່ເຕື້ອງ....ໂຄງການໃຫຍ່ພຽງໃດ
    ກໍຕ້ອງຕຶກຕວງດູ........ໃສ່ແຮງທີ່ມີນັ້ນ
    ຢ່າສູ້ຫວັງຈະສ້າງ.......ພັນນາດ້ວຍປາກເປົ່າ
    ເຂົ້າແລະນ້ຳຕ້ອງ......ປຸກສ້າງປູກເອັງ.

    ບໍ່ມີໃຜຢາກຟັງແລ້ວ......ຄຳຂວັນອັນລືຊື່
    ເວົ້າຄືໆເຣັດບໍ່ໄດ້......ເອົາມາເວົ້າເຮັດຫຍັງ?

    ຄວນພັນຂາສົ້ງ...........ລົງຕົມດຳນາສ່າວ
    ຜ້າຂາວມ້າມັດຂ້ຽນ.......ຫົວແລ້ວຄ່ອຍດຳ.

    ຍາມເມື່ອເງີຍຫົວຂື້ນ.....ຍັງຊິເຫັນຟ້າໃໜ່
    ທັງໜາກຜົນເຂົ້ານ້ຳ.....ດີກວ່າເວົ້າຢູ່ບໍ່ເຊົາ

    ReplyDelete