Friday, October 1, 2010

Daovieng Boudnakho / Actions

1 comment:

  1. ຫຼາຍຄົນຄົງຢາກໄດ້.....ດິນກໍ່ເປັນໝານຜັກ
    ແຕ່ຊິຫາທາງໃດ.........ເມື່ອຢຶດເອົາໄປໜົດແລ້ວ
    ໃຫ້ຄົນຊາວແດນດ້າວ.....ໄປໄກມາເຊົ່າ
    ໄລ່ພວກເຮົາຈາກແຄວ້ນ....ເຄີຍສ້າງແຕ່ເຊັ່ນມາ.

    ຢາກກິນຜັກບໍ່ມີນ້ຳ....ທັງໝານກະຍາກຢູ່
    ຄືກັບປາທີຢາກລ່ອງ......ລອຍນ້ຳພັດຂາດວັງ.

    ປຽບກັບດີຊົ່ວຮ້າຍ...ຫາເລຶອກແນວກະທຳ
    ຫຼາຍຄົນຫວັງ........ສ້າງຄວາມດີຢູ່ຕິເຈົ້ານາຍຫັ້ນ
    ຄອງເມືອງບ້ານ.........ຫຼາຍພັນສາປານຍາພໍ່
    ສິມທີ່ເພທຸກມື້.......ບໍ່ເສີມສ້າງປິ່ນແປງ.

    ຂ່າວຫຼັງໆມານີ້......ຫຼາຍພຣະທາດເຈດີ
    ຫັກຂຸພັງ............ເພາະຫຍັງນໍເຈົ້າ
    ແມ່ນແທ້ຄວາມເກົ່າແກ້..ຫາກປະມັນມັນກະຫຼົ່ມ
    ຄວນສ້າງແປງປິ່ນໄວ້....ປານຄົນໄຂ້ໄດ້ປິ່ນປົວ.

    ມີແຕ່ໂຮໆຮ້ອງ........ວ່າເຂິນຂາດງົປມານ
    ເງິນຄຳຫາຍ..........ແຕ່ເຈົ້ານາຍມີເຮືອນໂກ້
    ທັງໂອໂຕສໄໜໂກ້......ມາໂຊກັນກຸ່ນໆ
    ບຸນເພິ່ນຫຼາຍແທ້ໆ....ຈົນຫຼົງວີ້ງຢຽບຄົນ.

    ນີ້ແມ່ນຄວາມດີໄດ້.....ຫຼືຄວາມຊົ່ວຈຶ່ງມີເງິນ
    ສໍ້ໂກງກິນສິນບົນ......ບໍ່ເຄຶອງລະອາຍບ້ານ
    ສຳພໍການສັນສ້າງ.....ເມືອງລາວຈຶ່ງເປັ້ຍຫ໕່ອຍ
    ແນວປາໃຫຍ່ກິນປານ້ອຍ.....ປານ້ອຍກບໍ່ເຫຼືອ...ທ່ານເອີຍ!

    ReplyDelete