Wednesday, October 13, 2010

Laoskham / Nostalgia

1 comment:

  1. ເປັນຕະແບງໄກຕົ້ນ.........ລົມພານພັດພາກ
    ປະປ່ອຍທາງຮ່ອມຫ້ວຍ.......ກະຈຽວຈ້ຳແຈ່ວປາ.

    ໄປຢູ່ແດນດິນກວ້າງ........ທາງໃດກໍຄິດຮ່ຳ
    ເຖິງແດນດິນເກົ່າກີ້.......ທີ່ຝັງໜ້ອງແຫ່ຕົນ.

    ຄິດເຖິງດອກຄັດເຄົ້າ.......ປ່າເລົາແກມຫຍ້າແຝກ
    ຫອມກິ່ນຂະຍອມຜາຍ.........ຜ່ານດັງແຕ່ຍັງນ້ອຍ
    ຫອມຫອມຕ້ານ..............ລົມແລງພັດຜ່ານ
    ສາຍນ້ຳຂອງແຍບເຫຼື້ອມ....ແສງສະທ້ອນຕອບສຸຣີ.

    ເຫັນດອກຮັງເປັນພົ້ວ.......ຈຳປາກ້ານກິ່ງ
    ທັງໄຟຝິງຍາມລົມ..........ຄ່ຳເດຶອນສາມຄ້ອຍ
    ພາກັນເກັບຜັກແປ້ງ........ຜັກກະໂດນຂິງຄ່າ
    ດອກກະດັງງາຄ່າລ້ານ.......ເຫັນໄດ້ແຕ່ຢູ່ໃຈ..ທໍ່ນັ້ນແລ!!

    ReplyDelete