Saturday, October 2, 2010

Manirath / Farmer Girl

1 comment:

  1. ຄົນທີ່ເກີດແກ່ກ້ຳ.........ດິນຫຼົ່ມດິນຕົມ
    ນາມກອນຈົບ.................ວ່າແມ່ນຊາວນາຫຼົ້ງ
    ເອິກເຜິຍຜ້າຍ...............ກາງນາກາງທົ່ງ
    ຍາມຄ່ຳລົງຕ່າວໂຄ້ງ.........ຄືນຫ້ອງແຫ່ງຕົນ.

    ກໍເປັນຄົນອັນດຽວແທ້.........ນໍຊາຍອ້າຍພີ່
    ກິນເຂົ້າຈີ່ຢູ່ຟ້າ..........ຢ່າມາອ້ວນອວດກັນ.

    ຄວາມເປັນຄົນຂອງນ້ອງ.........ສາວນາຄຳຟາກໄມ້ໄຜ່
    ບໍ່ເກງໃຜດອກອ້າຍ............ແຮງຍັງສູ້ຢູ່ເຢັນ.

    ຫາກຊາຍໃດໜາຍຢາກຮ່ວມ........ເນົາຮ່ວມດອມນາງ
    ຕ້ອງແມ່ນຊາຍປະສົງຮັກ........ບໍ່ແມ່ນຫວັງມາເຊີ້ງ
    ດູມິ່ນຮ້າຍ.................ວ່າຜິວດຳກົ້ນຕ່ຳ
    ຮັກກັນແທ້ຕ້ອງຄ້ຳ..........ຄູນເຊື້ອສູ່ຂໍ.

    ທັງຍົກຍໍຄົນໃຕ້.............ພຽງດິນໃຫ້ສູງສົ່ງ
    ກາຍດຳຂຳເພາະແດດຮ້ອນ.......ຍາມນ້ອງອອກໄຮ່ນາ.

    ການສືກສາກໍພໍເປື້ອງ.........ປານກັນກັບອ້າຍພີ່
    ສິ່ງທີ່ດີເລິດເຈົ້າ..........ຄືນາເຂົ້າເຮັດເອັງ...

    ຫາກມາເສັງກັນໄດ້.............ທາງວຽກໄຮ່ການສວນ
    ແລ້ວຄ່ອຍຄວນຕົກດຳ...........ແຄ່ງກັນໃຫ້ມັນຮູ້
    ຊາຍຜູ່ງາມມືໂກ້..............ໄຖນາເປັນບໍ່ອຸ່ນ
    ຫຼືປ່ອຍຄວາຍແລ້ວລື້ມ.........ລືມແລ້ວຮອດຮ່ອງໄຖ...

    ReplyDelete