Tuesday, October 12, 2010

Namphay / Foregone

1 comment:

  1. ຫາຍຄົນບອກໃຫ້ລືມຄວາມຫຼັງ....ນັ້ນໄປ
    ປານວ່າຄືຂົ້າໃໜ່.........ປາມັນ
    ອາຈພົບທາງແຈ່ມໃສ...........ໃຈອຸ່ນ
    ແຕ່ບາດໜຸນຫັນກັບ..........ນັບຫາຫຍັງບໍ່ໄດ້.

    ຂ້ອຍຈຶ່ງຂໍວອນເວົ້າ..........ວອນວານ
    ໃຫ້ທຸກຄົນຄິດຝັນ.............ຈື່ຈຳ
    ທັງຫວນຫາຄາວນັ້ນ..............ຄາວຫຼັງ
    ຕອນເຮົາຍັງຫົວດຳໆ...........ພາສົດຊື່ນ.

    ຄິດໄປຄິດເຫັນໝ້າ............ແມ່ພໍ່
    ຍາມຍົກຍໍດ້ວຍຮັກ..............ອ້ອມກອດ
    ແສນອຸ່ນອາຍພິພັກ..............ສຸຂສົມ
    ແນມເຫັນແມ້ສາຍລົມ.............ທີລອດງ່າກະດັງງາ.

    ຄວາມຈື່ຈຳນຳໃຫ້............ໃຈພອງ
    ພາໄປຫາພີ່ນ້ອງ...............ຍາດມິດ
    ທັງຂອບແຄແຈຮົ້ວ..............ຫຼົວຫຼາມ
    ໄປເຫັນແມ້ຍາມຟ້າຄື້ມ.........ຄືນວັນເພັງ.

    ຈົ່ງເກັບກຳຄຳເກົ່າ.........ມາໄວ້
    ໃສ່ແຈກັນປານເທພ..............ເທວາ
    ຈົ່ງຖນອມອອມຮັກ..............ປານແກ້ວຕາ
    ເພາະບໍ່ມີຄ່າໃດທຽບໄດ້........ລື່ນປານ...ທ່ານເອີຍ.

    ReplyDelete