Friday, October 15, 2010

NoumTai / Rain and Sorrowful Heart

1 comment:

  1. ເພາະເຫດຜົນໃດໃຈນີ້ຈຶ່ງເສົ້າ
    ຫຼືນວນນາງຄົນເກົ່າເຂົາຫ່າງຫາຍ
    ຫຼືສາຍຝົນພາໃຫ້ຮ່ຳ
    ຮຽກຫາວັນຫາວິມານທີ່ເຄີຍຖລ່ຳຮ່ວມໃຜ?

    ຝົນທີ່ພລ່ຳຈື່ງຊ້ຳເຕີມຄວາມໜອງໜົ່ນ
    ແລະອາຍຝົນພາໃຫ້ຫວນຫາໃຈ
    ທີ່ເຄີຍພອດພ້ຳນ້ຳຄຳໃສ
    ທີ່ເຄີຍປະໂລມດ້ວຍໃຈທີ່ຮັກເກິນ!

    ເກິນຈະບັລຍາຍເປັນຖ້ອຍຄຳ
    ເພາະງາມຂຳກຶນໄປໜົດທຸກກ້ອນ
    ຂອງນ້ຳຄຳ
    ຂອງຄວາມຈຳທຸກໆບ່ອນ
    ທີ່ເຄີຍພັກອອດອ້ອນກົມກ້ຽວໝ່ຽວ ວອນ.

    ໂທ່ເອິຍສົງສານໃຈທີ່ໄຮ້ຄິດ
    ສົງສານຄົນທີ່ໜົດສິດໃນອີກໃຈ
    ຕັ້ງຕົນເສັຍຢ່າຟ້າວເພັຍແມ່ນ
    ຟ້າສະຫຼາຍ...

    ReplyDelete