Friday, October 1, 2010

NoumTai / Sorrowful Summer

1 comment:

  1. ເປັນກົດເກນເຂດຂັ້ນ........ທີ່ໂລກປັ່ນແປງມາ
    ມີເກີດຕາຍສັບສົນ..........ຄູ່ກັນແຕ່ໃດແລ້ວ
    ແນວນາມໄມ້...............ບາງສະກຸນກໍເກັບດອກ
    ໃບພ່ຳພ້ອມ..............ພຽງຂັ້ນນຶ່ງຣະດູ.

    ມີໄມ້ແປກແລະຊາດເຊື້ອ.....ຍັງຄອງໃບໄດ້ຫຼາຍປີກ
    ສອງຫຼືສາມຣະດູ..........ຈຶ່ງປ່ຽນໃບຫັນໃຊ້
    ເຂັມໃບແຫ້ງ.............ຂຸລົງລອຍສູ່
    ຜຶນແຜ່ນກ້ຳ............ດິນຫັ້ນໃຫ້ຊຸ່ມເຢັນ.

    ເປັນຄົນໃຕ້.............ທຽວທີບໄປທາງເໝືອ
    ເພື່ອເຈຶອຈຸນ............ຮ່ຳຮຽນສຶກສາໄດ້
    ບໍ່ທົ່ວເຖິງທຸກຖ້ານ......ພັນດຽວຫາກໂຊກຕ່າງ
    ໃຜຢູ່ໃກ້...............ສູນກາງຫັ້ນຈຶ່ງຜ່ອງໄສ.

    ຄວາມເຫຼື່ອມລ້ຳ.........ສູງຕ່ຳບໍ່ພຽງກັນ
    ຄົນຄືຄົນ................ແຕ່ບໍ່ຄືກັນໄດ້
    ຫຼັງໃຜເຕີ້ງ.............ອິງຝາດີກະຢັ້ງຢູ່
    ຜູ່ອິງຝາໄມ້ເຮັ້ຍ........ກະພອຍໄດ້ແຕ່ແສບໃຈ.

    ອ້າຍບ່າວຄົນໄທໃຕ້.......ເດິນດຸ່ງຫາວິຊາ
    ປະບິດອນມານດາ...........ຍອດຍິງໃຫ້ຄອງຖ້າ
    ໄປເຫັນບ້ານ.............ແດນໄກສີຕ່າງ
    ສາວບ້ານອື່ນສົ່ງທ້າຍ....ສາຍຕາເຍີ້ຢຍາດໃຫ້ລືມ.

    ສາວບ້ານໃຕ້............ທີ່ລ້ຽງໄກ່ຄອຍທາງ
    ອ້າຍບໍ່ຫວນຄືນຫາ.......ຂ່າວມາວ່າຍັງສ້າງ
    ສົມບັດແມ້ງ............ທາງໃຈກັບຊູ້ໃໜ່
    ການສຶກສາປ່ອຍໄວ້........ຂ້າງໝອນນ້ອງມອບແດ່ຊາຍ.

    ReplyDelete