Friday, October 1, 2010

Saifonh / National Flower

1 comment:

  1. ມີໃຜຂຽນຂີດໄວ້........ຈຳປາແລ່ນໝີລາວ
    ພາກັນຂົນກັນຂຸດ.......ຮາກແນວທັງເຫງົ້າ
    ຂົນເປັນເຊື້ອຊັບໃນດິນສິນຄ້າໃໜ່
    ຂາຍຂ້າມຂອງທື້ນໆ.....ຈຳປາເຈົ້າເໝົ່າໃນ..

    ເຫັນແລະອ່ານຂ່າວຂໍ້...ອົດສຸແຈບໃຈຕົນ
    ສາຍຝົນພຳພຽນຮັກ.....ດອກຈຳປາສີສົ້ມ
    ສີຂາວແກ້ມສີແດງປະດັບເອກ
    ເປັນຄູ່ໃຈແຕ່ນ້ອຍຈຳປາແກ້ວຄ່າແພງ.

    ຫາກຫາແຍງໃນດ້າວແດນລາວກະຫາຍາກແທ້ໂອ
    ມີແຕ່ໃນຖັນແຖວຖິ່ນວຽງວັງກ້ວມ
    ເກິນກາຍຫັ້ນເຂົາຂຸດປີ້ນກົ່ນ
    ຄົນເໝາະຄົນຂີ້ຮ້າຍທຳລາຍໄດ້ທຸກອັນ.

    ເຫັນແກ່ແຕ່ເງິນເຂົ້າຖົງຕົນບໍ່ສະເດຶອກ
    ວ່າເປັນຊັບສົມບັດມິ່ງເມືອງລາວນີ້
    ພວກອັບປີສີຊ້າຢາກຕັດຫາງແລ້ວປ່ອຍ
    ໄປຈ່າວຂາຍໃຫ້ຜູ່ນິຍົມຊີ້ນໜູ່ມັນ.

    ຈຶ່ງຊິສົມໃຈຂ້າຄົນພອຍພາກຖິ່ນ
    ກິ່ນຈຳປາທີ່ກົ້ວຫອມຊື່ນຢູ່ກະມົນ...ທ່ານເອີຍ.

    ReplyDelete