Friday, October 15, 2010

Saifonh / Old Champa Tree

1 comment:

  1. ກົກຈຳປາເກົ່ານັ້ນ..........ເຂົາຂຸດກົ່ນເລຂາຍ
    ສົ່ງຂ້າມຂອງເປັນກວຽນ........ແຕ່ເໝືອເຖິງໃຕ້
    ເງິນຄຳແກ້ວ................ເກິນຈຳປາແສນຄ່າ
    ໃຈລາວໃໜ່ເຂັ່ນຂ້າ.........ຈຳປາແກ້ວຄູ່ໃຈ.

    ຍາມນີ້ບໍ່ແຕ່ຈຳປາຫັ້ນ.......ຜັນຜາດເສັຍສີ
    ພຣະກະຈາຍພຣະຫຼວງ............ຂາດກະສຽນເສັຍສ້ຽງ
    ໃສບາບໝາຝາຄັ້ງ..............ສັງບໍ່ມວນໃຫ້ມ້ວນມັ່ງ
    ຊັງຄົນເຫັນແກ່ແຕ່ໄດ້........ທຳລາຍມ້າງຮີດຄອງ.

    ເບິ່ງແມ ພວກພີ່ນ້ອງ..........ບໍ່ກ້າວ່າຈາກັນ
    ໃຜກະອຳຄຳໃຜ................ຫວາດກົວເກັງຢ້ານ
    ຫາກໃຜຫານຈາເວົ້າ.............ຄວາມຈິງເຄິຍເຫັນແຈບ
    ຫຼືລ່ອງຂອງຟາດຟົ້ງ...........ຟູຂື້ນຢູ່ຫຼີ່ຜີ.

    ອາດຍາໃຫຍ່ທຸກເຂດບ້ານ.........ພາກັນຮັກແພງຖນອມ
    ແພງແຕ່ພຸງໂຕເອັງ.............ແລະເຜົ່າພັນພົງເຊື້ອ
    ທີ່ອິງກັນປານໜໍ້...........ໃນຊານຕຼາດໃຫຍ່
    ຂາຍກັນໜົດບໍ່ເຕື້ອງ.........ເຄືອງແຄ້ນແຕ່ຢ່າງໃດ.

    ກົກຈຳປາທີ່ກ່າວເວົ້າ.........ຍັງເຫັນເງົາມັນຫຼືບໍ່
    ຫຼືຮາກຖອນກົ່ນປີ້ນ............ຂາຍຂ້າມຝັ່ງຂອງ..ແຕ່ນານແລ້ວ!

    ReplyDelete