Tuesday, October 5, 2010

Saifonh / Rose And Rain

1 comment:

  1. ຫາກຈະປ່ຽນເປັນກຸຫຼາບຄອຍຝົນ
    ທີ່ບໍ່ຫຼົ່ນລົງມານານນານວັນ
    ກິ່ງກຸຫຼາຍຫ່ຽວແຫ້ງສູ້ແຮງລົມ
    ໄດ້ແຕ່ຈົ່ມຈົ່ມຫານ້ຳຕາຟ້າ.

    ແຕ່ຫ່າຝົນບໍ່ເຫຼືອທົນຫຼົ່ນລົງໃຫ້
    ກຸຫຼາບໄດ້ໄຂຂະຈີຊີ້ຟ້າໃສ
    ໃຫ້ອິ່ມເອີບສວນງາມນາມດອກໄມ້
    ທີ່ຄວນພຶ່ງຜາຍອວດໜູ່ພະມອນ.

    ຢ້ອນນຳລົມຝົນບໍ່ຜ່າຈາກຟ້າສູງ
    ມຸ່ງໝ້າແຫງນແຫງນຫາຫ່າຝົນ
    ຈັ່ງແມ່ນຊາດວາດຮ້າຍບໍ່ກາຍຜ່ານ
    ຫຼືຈະໃຫ້ກຸຫຼາບຫັ້ນແຫ້ງຫ່ຽວດຽວດາຍ.

    ReplyDelete