Saturday, October 2, 2010

Soukee Norasilp / The Last

1 comment:

  1. ຄືພະເອກແຫ່ງຫ້ອງ......ດອນກິຊົດແທ້ນໍທ່ານ
    ອຸດົມການສົດໃສ........ຂີ້ໄຫງ່ເຕັມຕາບໍ່ເຕື້ອງ
    ເປັນຄົນໂກ້...........ທຽວທາງກາງໜາກ່ານ
    ທີ່ເຜົາຜານເຂດບ້ານ....ຈົນຫາແກ້ງປ່ອງບໍ່ມີ.

    ສັລເສີນຄົນກ້າ........ອຸດົມການສູງສົ່ງ
    ເປັນຫົງໃນດົງໝາ......ປ່າໜາກແງວຍາມແລ້ງ
    ການສັງຄົມທີ່ກາຍຫັ້ນ..ແນວທາງປະຕິຫວັດ
    ງັດກັນຈົນວ່າບ້ານ.....ລາວນີ້ຊິໜຸ່ນທະລາຍ.

    ທັງດົງດອນປ່າໄມ້......ນ້ຳທ່າທາງເດິນ
    ພາກັນຂົນຂາຍໄປ........ບໍ່ເຫຼືອຫຍັງແລ້ວ
    ໃສແນວອຸດົມການຫັ້ນ....ຫົດຫົວເຮັດຫຍັງຢູ່
    ຄືບໍ່ຜາຍປ່າວໃຫ້......ປະຊາຮູ້ວ່າບໍ່ງາມ.

    ສັງມາມິດຊ້ອຍມ້ອຍ.....ປານເຕົ່າຕິດມອງ
    ດຶງບໍ່ໄປຕາບໍ່ປົດ......ປ່ອຍໂຕເອັງໃຫ້ຫາຍບ້ວງ
    ຫຼືວ່າມົວນຳກຽດ.......ສູງເກິນບໍ່ຢາກວ່າ
    ພາກັນກິນກອບໂກ້ຍ.......ເມືອງບ້ານບໍ່ໃຫ້ເຫຼຶອກ່ອນບໍ?

    ເຫັນຄວາມງາມໃນຫ້ອງ.....ຫໍໂຮງຈົນລືມເທດ
    ປະຊາກອນຮ້ອນກົ້ນ.......ຊິຕາຍແລ້ວທ່ານເອີຍ.

    ອຸດົມການທີ່ວ່ານັ້ນ....ສັງປະໃຫ້ລາວດັບ
    ຫຼືເປັນແນວທາງຄວນ......ໃຫ້ຊາດຕົນຕາຍຈ້ອຍ
    ຈຶ່ງຊິໂວຍໂວຍຕ້ານ......ຍາມເວລາກາຍລ່ວງ
    ຊຽງຂວາງເປັນດ່ານດ້າວ...ເຂົາແລ້ວຈຶ່ງຊິຍໍ...ມືບໍ.

    ທາງເໝືອຫຼືກໍເປັນເມືອງຫໍ້...ເມືອງຈິນທົ່ວຂົງເຂດ
    ຄວາມລາວເຂົາບໍ່ໃຊ້...........ຍັງວ່າບ້ານບ່ອນລາວຢູບໍນ.

    ຫຼືອຸດົມການນັ້ນ.......ຍັງວາງສູງໜາຍເຂດ
    ຈົນປະເທດເຂດບ້ານ.......ເຮົານັ້ນເອີ້ນວ່າ...

    ReplyDelete