Friday, October 1, 2010

Tawansai / Free

1 comment:

  1. ຄົນເຮົາເກີດມາເປຶອຍ......ລ້ອນຈ້ອນ
    ປະສະຈາກພິດໄພ...........ຈາກສັງຄົມລອດຈອດ
    ເອົາຜ້າມາຫົ່ມຕູ້ມ......ຄຸມກາຍໃຫ້ອາຍອຸ່ນ
    ທັງເອ້ອວດເກື້ອກຸນ......ເສີມແຕ້ມແຕ່ງປົງ.

    ຄວາມບົກພ່ອງຕ້ອງໄດ້.....ສ້າງກໍ່ໃຫ້ເຫັນ
    ບໍ່ກ້າກັບໄປເປັນ........ຮ່າງກາຍເປຶອຍເປື້ອນ
    ໃຫ້ກາຍໃຈໄດ້ກັບ.........ຫາຄວາມຫວ່າງເປົ່າ
    ດັ່ງເຄົ້າເດີມເກີດມາ.....ຫາເສຣີ.

    ແຕ່ນັບວັນກົດເກັນນັ້ນ.....ແໜບໝີບມາກມາຍ
    ພາຣະກິດວຽກງານ..........ຂວາງຂັ້ນຂີດກັ້ນ
    ໃຫ້ນັບມື້..............ນັບວັນຫ່າງຈາກ
    ສິດເສຣີທີ່ຟ້າຟາກ.......ໃຫ້ເກີດມາ.

    ກ່ອນຟ້າລັບ............ຫຼ່ຽມເຂດເຂົາຂຽວ
    ໄປສູ່ພື້ນ.............ສຸທາຄົດລ້ຽວ
    ໃຜຈະເຫັນຮູ້ໄດ້........ວ່າເປີດໄຟຂຽວ
    ໃຫ້ທຸກຄົນທີ່ປ່ຽວ.....ເດິນໄດ້ຢ່າງທະນົງ!!

    ReplyDelete