Friday, October 15, 2010

Xaysouvanh Phengphong / Thatluang Far View

1 comment:

  1. ບຶງທາດຫຼວງເຂດນັ້ນ...ເກຶອບສູນ
    ເພາະເຂົາພາກັນໝູນ...ມອບໃຫ້
    ພວກແພດພ້ອງສະກຸນ.....ໜູ່ເພື່ອນ
    ຫວັງປ່ຽນເກັມສ້າງໃຊ້...ບຶງຫັ້ນເຮັດເມືອງ.

    ແຜນການໃຫຍ່ກະດໍ້......ສະຫາວ
    ບໍ່ໄຄ່ຄວນຫາຄາວ.......ເຈົ້າຟ້າ
    ທີ່ຄູ້ມຄອງແດນດ້າວ....ແກ່ໄພ່
    ພວກນາຍໝ້າຟ້າໃໜ່...ຢາກມອບໃຫ້ແກ່ຈີນ.

    ວ່າໃຫ້ມາສັນສ້າງ......ກຳແພງ
    ບໍ່ສະຄາຍເຄືອງແຄງ......ເຫັນໄດ້
    ຄາວຫຼັງເຫັນຈ່າງແຈ້ງ...ລານນາ
    ທີ່ຄົນລາວຈຳປະໃຫ້.....ຜູ່ເຂົາລ້ຳລ່ວງແດນ.

    ເອົາການເມືອງການບ້ານ......ສຸມໃສ່
    ກໍ່ເສີກໃນກ້ອນກຸ່ມ.......ລາວເຮົາ
    ຍາດເອົາບ້ານຍາດເອົາພູມ....ລຳເນົາ
    ແຕ່ນີ້ກັບຢາກມອບໃຫ້ເຂົາ.....ລ້າໆ.

    ແລ້ວຈອມທາດອົງຫຼວງ......ແລະບຶງ
    ທີ່ລູງເມືອງແຄນເຄີຍຜຶງ..ເອິກຜາຍ
    ສູດລົມອ່ອນຊາບຊື້ງ......ຄົງກາຍ
    ເປັນແດນອົງຂົງຈື້.......ໄປໄດ້ອີກນຶ່ງເມືອງ..

    ReplyDelete